ໃນຕອນເຊົ້າຂອງວັນທີ 25 ພະຈິກ 2024 ທີ່ຫ້ອງປະຊຸມຂອງພະແນກສຶກສາທິການ ແລະ ກິລາ ແຂວງ ຫຼວງພະບາງ, ສະຖາບັນພັດທະນາການບໍລິຫານການສຶກສາ(ສພບ)ໄດ້ຈັດກອງປະຊຸມປັບປຸງກວດແກ້ຫຼັກສູດຝຶກອົບຮົມສຳລັບຜູ້ອຳນວຍການໂຮງຮຽນອະນຸບານ ໂດຍການເປັນປະທານຂອງ ທ່ານ ສົມສີ ສຸດທິວົງ ຮອງຜູ້ອຳນວຍການສະຖາບັນພັດທະນາການບໍລິຫານການສຶກສາ,ຜູ້ເຂົ້າຮ່ວມຈາກກົມການສຶກສາກ່ອນໄວຮຽນ,ກົມສາມັນສຶກສາ,ສະຖາບັນວິທະຍາສາດການສຶກສາ,ຜູ້ອຳນວຍການໂຮງຮຽນຈາກແຂວງອຸດົມໄຊ, ແຂວງເຊກອງ,ຜູ້ອຳນວຍການສູນຝຶກອົບຮົມຜູ້ບລິຫານການສຶກສາເມືອງວັງວຽງ,ພ້ອມດ້ວຍຄະນະພະແນກແລະວິຊາການ ພາຍໃນສະຖາບັນ ເຂົ້າຮ່ວມທັງໝົດ 14 ທ່ານ ຍິງ 7 ທ່ານ.
ກອງປະຊຸມດັ່ງກ່າວຈະໄດ້ດຳເນີນໄປເປັນເວລາ 5 ວັນ ເລີ່ມແຕ່ວັນທີ 25-29 ພະຈິກ 2024 ຊຶ່ງມີຈຸດປະສົງແມ່ນເພື່ອປັບປຸງ,ກວດແກ້ເນຶ້ອໃນຫລັກສູດຝຶກອົບຮົມການບໍລິຫາານ-ຄຸ້ມຄອງ ສຳລັບຜູ້ອຳນວຍການໂຮງຮຽນອະນຸບານ ຄືນໃໝ່ ເນື່ອງຈາກຫຼັກສູດດັ່ງກ່າວແມ່ນໄດ້ແປມາຈາກພາສາຕ່າງປະເທດເຊິ່ງເນື້ອໃນ, ສຳນວນ, ຄຳສັບ ແລະ ອື່ນໆ ຍັງບໍ່ຖືກຕ້ອງຕາມຫລັກໄວຍະກອນລາວ,ເຮັດໃຫ້ຜູ້ອ່ານສັບສົນ ແລະ ຍາກໃນການນຳໃຊ້ຫຼັກສູດດັ່ງກ່າວ. ສະນັ້ນ, ຈາກການເກັບກຳຂໍ້ມູນ ແລະ ປະເມີນຄືນຈາກການນຳໃຊ້ແລ້ວ ເຫັນວ່າຫຼັກສູດດັ່ງກ່າວຕ້ອງໄດ້ມີການປັບປຸງຄືນໃໝ່ເພື່ອສອດຄ່ອງ ແລະ ເທດເໝາະກັບສະພາບຕົວຈິງຂອງການບໍລິຫານຄຸ້ມຄອງໂຮງຮຽນອະນຸບານໃນທົ່ວປະເທດ.

