ກອງປະຊຸມໃນ​ຄັ້ງ​ນີ້​ເປັນ​ຊຸດ​ທີ 31 ຂອງ​ໂຄງ​ການ EESDP

           ສະຖາບັນພັດທະນາການບໍລິຫານການສຶກສາໄດ້ຈັດກອງປະຊຸມໃນຄັ້ງນີ້ເປັນຊຸດທີ 31 ຂອງໂຄງການ EESDP  ແລະ ເປັນຊຸດທີ 02 ຂອງປີ 2025,  ກອງປະຊຸມໄດ້ຈັດຂຶ້ນທີ່ ຫ້ອງປະຊຸມ ສູນ ຝຶກອົບຮົມຜູ້ບໍລິຫານການສຶກສາ ເມືອງວັງວຽງ ແຂວງວຽງຈັນ. ພິທີດັ່ງກ່າວ​ໄດ້​ໄຂຂຶ້ນໃນເວລາເວລາ 8:30 ໂມງ. ຂອງວັນທີ 05 ພຶດ​ສະ​ພາ 2025 ໂດຍໃຫ້ກຽດເປັນປະທານຂອງ ທ່ານ ປອ.  ພອນ​ສະ​ຫວັນ ວົງ​ສາ​ຄຳ​ຜຸຍ ຮອງ​ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ພັດ​ທະ​ນາ​ການ​ບໍ​ລິ​ຫານ​ການ​ສຶກ​ສາ. ກອງປະຊຸມໄດ້ດໍາ​ເນີນ​ເປັນເວລາ 06 ວັນ ເລີ່ມ​ແຕ່ວັນທີ ​05 - 10 ພຶດ​ສະ​ພາ 2025 ໃນພິທີດັ່ງກ່າວຍັງມີ ຄະນະຮັບຜິດຊອບ, ຜູ້​ອຳ​ນວຍ​ການ​ສູນ, ຄະນະວິທະຍາກອນ ແລະ ສໍາມະນາກອນ ເຂົ້າຮ່ວມທັງໝົດ 64 ທ່ານ, ຍິງ 06 ທ່ານ

           ການຝຶກອົບຮົມໃນຄັ້ງນີ້ແມ່ນໃຊ້​ເວ​ລາ​ 06 ວັນ ເລີ່ມ​ແຕ່​ວັນ​ທີ 04-11 ພຶດ​ສະ​ພາ 2025 (ກວມ​ທັງ​ມື້​ເດີນ​ທາງ) ຊຶ່ງມີວິທີການຈັດ​ຝຶກ​ອົບ​ຮົມດັ່ງລຸ່ມນີ໊: ມີ​ການ​ທົດ​ສອບ​ຄວາມ​ຮູ້​ກ່ອນ ແລະ ຫຼັງ​ການ​ຝຶກ​ອົບ​ຮົມ;  ບັນຍາຍໂດຍ​ການ​ນຳ​ສະ​ເໜີເນື້ອ​ໃນ​​ດ້ວຍ​ຮູບ​ແບບ​ການ​ນຳ​ໃຊ້ power piont; ຈັດ​ກິດ​ຈະ​ກຳ​ກຸ່ມ​ເພື່ອ​ແລກ​ປ່ຽນການ​ຮຽນ​ຮູ້​ລະ​ຫວ່າງ​ຜູ້​ເຂົ້າ​ຮ່ວມ​​ດ້ວຍ​ກັນ;ນຳ​ສະ​ເໜີ​​ຜົນການ​ຄົ້ນ​ຄວ້າ ສົນທະນາແລກປ່ຽນກັນລະຫວ່າງຄູຝຶກກັບຜູ້ເຂົ້າຮ່ວມ​ເນື້ອໃນຂອງການຈັດກອງປະຊຸມປະກອບມີລາຍລະອຽດດັ່ງນີ້:

ຫົວຂໍ້ທີ 1: ບົດ​ບາດ​ໃໝ່​ຂອງ​ຜູ້​ອຳ​ນວຍ​ການ​ໂຮງ​ຮຽນ​ໃນ​ການ​ເປັນ​ຜູ້​ນຳ​ທາງດ້ານການ​ສອນ

ຫົວຂໍ້ທີ 2: ການຮຽນການສອນແບບ​ເອົາ​ຜູ້​ຮຽນ​ເປັນ​ໃຈ​ກາງ

ຫົວຂໍ້ທີ 3: ການອໍານວຍຄວາມສະດວກສໍາ​ລັບ​ຜູ້​ອຳ​ນວຍ​ການ​ໂຮງ​ຮຽນ

ຫົວຂໍ້ທີ 4: ການຝຶກສອນ ແລະ ໃຫ້ຄໍາແນະນໍາ

ຫົວຂໍ້ທີ 5: ການຕິດຕາມ ແລະ ປະເມີນຜົນການຮຽນການສອນ

ຫົວຂໍ້ທີ 6: 15 ວິທີ​ການສອນ​ທີ່ເອົາ​ຜູ້ຮຽນເປັນໃຈກາງ

ຫົວຂໍ້ທີ 7: ແຫຼ່ງຂໍ້ມູນການຮຽນຮູ້ຂອງຄູມັດທະຍົມ Setlearning.Com

ຜົນໄດ້ຮັບ:

  1. ຜົນການປະເມີນກ່ອນ ແລະ ຫຼັງການຝຶກອົບຮົມ
  • ຜົນຂອງການປະເມີນກ່ອນ ສໍາມະນາກອນທັງ​ໝົດ​ຈຳ​ນວນ: 31 ທ່ານ; ຄໍາຖາມທີ່ໃຊ້ໃນການປະເມີນຈໍານວນ 20 ຂໍ້, ຜູ້ທີ່ຕອບໄດ້ຄະ​ແນນ 10 ຂໍ້ ຂື້ນໄປ ມີ 08 ທ່ານ ເທົ່າກັບ 81%, ຜູ້ທີ່ຕອບໄດ້ຄະເເນນ 9 ຂໍ້ ລົງ​ມາ ມີ 23 ທ່ານ ເທົ່າກັບ 74.19 %. ລວມຜົນການປະເມີນກ່ອນ ເທົ່າກັບ 36.00%.
  • ຜົນຂອງການປະເມີນຫຼັງ ຜູ້ທີ່ຕອບໄດ້ຄາດໝາຍ 10 ຂໍ້ຂື້ນໄປ ມີ 27 ທ່ານ ເທົ່າກັບ 10% , ຜູ້ທີ່ຕອບໄດ້ຄະເເນນ 9 ຂໍ້ ລົງ​ມາ ມີ 4 ທ່ານ ເທົ່າກັບ 12.90 %. ລວມຜົນການປະເມີນຫລັງ ເທົ່າກັບ 63,55 %.
  • ສົມທຽບກັບການປະເມີນກ່ອນແມ່ນເພີ່ມຂື້ນ 27,55 %.