ໃນວັນທີ 18 ມິຖຸນາ 2025 ເວລາ 9:00-12:00 ໂມງ ທີ່ຫ້ອງປະຊຸມໃຫຍ່ ສພບ ຊັ້ນ3 ສະຖາບັນພັດທະນາການບໍລິຫານການສຶກສາ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ພາຍໃນ ສພບ ພາຍໃຕ້ການເປັນປະມານ ຂອງ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ກຳມະການປະຈຳພັກະຊວງ,ຫົວໜ້າກົມຈັດຕັ້ງແລະພະນັກງານ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ປະທານ ຮ່ວມ ທ່ານ ປອ ໄກຍະສອນ ນະວະມານ ຜູ້ອຳນວຍການສະຖາບັນພັດທະນາການບໍລິຫານການສຶກສາ ແລະ ທ່ານ ບຸນມີ ຈັນທະອຸດົມ ປະທານກວດກາພັກະຊວງ, ຫົວໜ້າກົມກວດກາ ກະຊວງສຶກສາທິການ ແລະ ກິລາ ມີຜູ້ເຂົ້າຮ່ວມທັງໝົດ 30 ທ່ານ ຍິງ 10 ທ່ານ.
ກອງປະຊຸມດັ່ງກ່າວໄດ້ເປັນທາບທາມເປົ້າໝາຍບຸກຄະລາກອນຕຳແໜງບໍລິຫານປະເພດ 4 ຂອງສອງພະແນກພາຍໃນ ສພບ ໄດ້ແກ່ ພະແນກຝຶກອົບຮົມ ແລະ ພະແນກ ຄົ້ນຄວ້າ-ວິໄຈ, ຕິດຕາມ, ກວດກາ ແລະ ປະເມີນຜົນ ເຊິ່ງມີຜູ້ທີ່ມີເງື່ອນໄຂທາບທາມ ເປັນຫົວໜ້າພະແນກ ພະແນກ ຄົ້ນຄວ້າ-ວິໄຈ, ຕິດຕາມ, ກວດກາ ແລະ ປະເມີນຜົນ ຈຳນວນ 2 ສະຫາຍໄດ້ແກ່: ສະຫາຍ ນາງ ປະກອນເພັດ ພັນດານຸວົງ ແລະ ສະຫາຍ ສອນນາລິນ ໄຊຍະລາດ. ຜູ້ທີ່ມີເງື່ອນໄຂທາບທາມ ເປັນຫົວໜ້າພະແນກຝຶກອົບຮົມໄດ້ແກ່: ສະຫາຍ ມີຖຸນາ ພານຄຳ ຮອງຫົວໜ້າພະແນກບໍລິຫານ ແລະ ຄົ້ນຄວ້າສັງລວມ, ສະຫາຍ ສີຈັນ ພົມມະຈັກ ຮັກສາການຫົວໜ້າພະແນກຝຶກອົບຮົມ ແລະ ສະຫາຍ ໄມຊຳ ມີນາວົງ ຮອງຫົວໜ້າພະແນກຝຶກອົບຮົມ
ກອງປະຊຸມໄດ້ມີການຜ່ານມາດຖານຕຳແໜງບໍລິຫານຂອງລັດຖະກອນແຫ່ງ ສປປລາວ ສະບັບເລກທີ 461/ລບ, ລົງວັນທີ 09 ຕຸລາ 2012 ໂດຍໂຕແທນຈາກກົມຈັດຕັ້ງ ແລະ ພະນັັກງານ ກະຊວງສຶກສາທິການ ແລະ ກິລາ ຫຼັງຈາກນັ້ນກໍ່ໄດ້ມີການແຈກຍາຍບັດທາບທາມເປົ້າໝາຍພະນັກງານ ສະຖາບັນພັດທະນາການບໍລິຫານການສຶກສາ ໃຫ້ຜູ້ທີ່ເຂົ້າຮ່ວມກອງປະຊຸມໂດຍໃຫ້ເລືອກເອົາເປົ້າໝາຍບຸກຄະລາກອນຕຳແໜງບໍລິຫານປະເພດ 4 ຫຼັງຈາກນັ້ນຜູ້ເຂົ້າຮ່ວມທຸກທ່ານກໍ່ປ້ອນບັດທາບທາບ ເປົ້າໝາຍພະນັກງານ ສະຖາບັນພັດທະນາການບໍລິຫານການສຶກສາລົງຫີບບັດ ແລ້ວກໍ່ຖືວ່າເປັນການສິ້ນສຸດພິທີ


