ໃນຕອນບ່າຍຂອງວັນທີ 08 ທັນວາ 2025 ທີ່ ສະຖາບັນພັດທະນາການບໍລິຫານ (ສພບ), ໄດ້ມີພິທີມອບ-ຮັບໜ້າທີ່ ຜູ້ອຳນວຍການ ສພບ ຢ່າງເປັນທາງການ ລະຫວ່າງ ທ່ານ ປອ ໄກຍະສອນ ນະວະມານ ຜູ້ອຳນວຍການຜູ້ເກົ່າ ແລະ ທ່ານ ປອ ລຳພູນ ຫຼວງໄຊ ຜູ້ອຳນວຍການຜູ້ໃໝ່. ພິທີດັ່ງກ່າວໄດ້ຈັດຂຶ້ນພາຍໃຕ້ການເປັນປະທານອັນຊົງກຽດຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ).
ພິທີມອບ-ຮັບຕຳແໜ່ງໄດ້ດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນ ແລະ ມີຄວາມໝາຍ. ກ່ອນອື່ນໝົດ, ທ່ານ ປອ ໄກຍະສອນ ນະວະມານ ໄດ້ກ່າວບົດສະຫຼຸບກ່ຽວກັບຜົນສຳເລັດໃນການຊີ້ນຳ-ນຳພາວຽກງານຂອງ ສພບ ຕະຫຼອດໄລຍະທີ່ຜ່ານມາ. ພາຍໃຕ້ການນຳພາຂອງທ່ານ, ສພບ ໄດ້ສຸມໃສ່ການ ພັດທະນາບຸກຄະລາກອນການສຶກສາ ໂດຍສະເພາະການຍົກລະດັບຄວາມຮູ້, ຄວາມສາມາດໃນດ້ານ ການບໍລິຫານ, ການຄຸ້ມຄອງ, ແລະ ການນຳໃຊ້ເຕັກໂນໂລຊີ ເຂົ້າໃນວຽກງານສຶກສາຢ່າງມີປະສິດທິຜົນ, ຊຶ່ງປະກອບສ່ວນສຳຄັນເຂົ້າໃນການຈັດຕັ້ງປະຕິບັດຍຸດທະສາດການພັດທະນາການສຶກສາຂອງຊາດ ທ່ານ ປອ ໄກຍະສອນ ຍັງໄດ້ສະແດງຄວາມຂອບໃຈຕໍ່ການນຳຂອງກະຊວງ ສສກ, ພະນັກງານ, ຄູອາຈານພາຍໃນ ສພບ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນວຽກງານມາໂດຍຕະຫຼອດ.
ໃນໂອກາດດຽວກັນ ຜູ້ອຳນວຍການ ສພບ ຜູ້ໃໝ່ ທ່ານ ປອ ລຳພູນ ຫຼວງໄຊ ຜູ້ອຳນວຍການຜູ້ໃໝ່ ໄດ້ຂຶ້ນກ່າວຮັບໜ້າທີ່ດ້ວຍຄວາມສຳນຶກໃນບົດບາດ ແລະ ຄວາມຮັບຜິດຊອບອັນສູງສົ່ງທ່ານ ປອ ລຳພູນ ໄດ້ສະແດງຄວາມຕັດສິນໃຈວ່າ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງ ສພບ, ພ້ອມທັງຈະນຳພາພະນັກງານໃນການ ປັບປຸງວຽກງານການຝຶກອົບຮົມ, ຄົ້ນຄວ້າ, ແລະ ໃຫ້ຄຳປຶກສາ ດ້ານການບໍລິຫານການສຶກສາໃຫ້ມີຄຸນນະພາບສູງຂຶ້ນ, ສອດຄ່ອງກັບການຫັນປ່ຽນໃໝ່ຂອງພາກພື້ນ ແລະ ສາກົນ. ນອກນີ້, ທ່ານຍັງໄດ້ເນັ້ນໜັກເຖິງການ ເພີ່ມທະວີຄວາມສາມັກຄີ ພາຍໃນ ແລະ ການຮ່ວມມືກັບພາກສ່ວນຕ່າງໆ ເພື່ອບັນລຸວິໄສທັດ ແລະ ພັນທະກິດຂອງ ສພບ ທີ່ໄດ້ວາງໄວ້.
ໃນຕອນທ້າຍຂອງພິທີ, ທ່ານ ປອ ນາງ ດາລາວອນ ກິດຕິພັນ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ໄດ້ໃຫ້ກຽດຂຶ້ນມີຄຳໂອ້ລົມຕໍ່ພິທີ ທ່ານຮອງລັດຖະມົນຕີ ໄດ້ກ່າວ ຍ້ອງຍໍຊົມເຊີຍ ຕໍ່ຜົນງານອັນໂດດເດັ່ນຂອງທ່ານ ປອ ໄກຍະສອນ ນະວະມານ ທີ່ໄດ້ທຸ້ມເທເຫື່ອແຮງໃນການສ້າງສາ ແລະ ພັດທະນາ ສພບ ຈົນມີຄວາມເຂັ້ມແຂງມາຮອດປັດຈຸບັນ. ພ້ອມກັນນັ້ນ, ທ່ານໄດ້ສະແດງຄວາມເຊື່ອໝັ້ນຕໍ່ ທ່ານ ປອ ລຳພູນ ຫຼວງໄຊ ວ່າດ້ວຍປະສົບການ ແລະ ຄວາມຮູ້ຄວາມສາມາດທີ່ມີ, ຈະສາມາດນຳພາ ສພບ ໃຫ້ກ້າວຂຶ້ນສູ່ລະດັບໃໝ່, ເປັນສູນກາງໃນການຍົກລະດັບໃຫ້ແກ່ຜູ້ບໍລິຫານການສຶກສາ ຂອງຂະແໜງການສຶກສາໃຫ້ທັນສະໄໝ ແລະ ໄດ້ມາດຕະຖານ ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ຮຽກຮ້ອງໃຫ້ຄະນະນຳ ແລະ ພະນັກງານທຸກທ່ານ ຈົ່ງໃຫ້ການຮ່ວມມື, ສະໜັບສະໜູນຜູ້ອຳນວຍການຄົນໃໝ່, ແລະ ພ້ອມກັນຈັດຕັ້ງປະຕິບັດແຜນການພັດທະນາວຽກງານວິຊາສະເພາະຂອງ ສພບ ໃຫ້ມີຜົນສຳເລັດສູງກວ່າເກົ່າ.
ພິທີດັ່ງກ່າວໄດ້ສິ້ນສຸດລົງດ້ວຍຄວາມສຳເລັດອັນຈົບງາມ, ເປັນການຢືນຢັນເຖິງການ ສືບທອດພາລະກິດ ແລະ ການຫັນປ່ຽນບຸກຄະລາກອນນຳພາ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່.


