ໃນຕອນເຊົ້າວັນທີ 10 ທັນວາ 2025, ສພບ ໄດ້ພົບປະກັບ ຜູ້ແທນມາຈາກ ສະຖາບັນວິທະຍາສາດ
ແລະ ເຕັກໂນໂລຊີ (Vietnam Institute of Science and Technology (VIST) ເຊິ່ງເປັນສະຖານບັນ ທີ່ຢູ່
ພາຍໃຕ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສສ ຫວຽດນາມ (Ministry of Science and
Technology of Vietnam) ນຳພາໂດຍທ່ານ Trieu Minh Long ຮອງຫົວໜ້າສະຖາບັນ ພ້ອມດ້ວຍຜູ້ແທນ
ຕິດຕາມທ່ານຈໍານວນ 5 ທ່ານ. (ລາຍຊື່ຜູ້ແທນ ແລະ ຈຸດປະສົງລາຍລະອຽດຂອງການພົບປະໄດ້ຄັດຕິດໜັງສືສະ
ເໜີມາພ້ອມນີ້). ສ່ວນຝ່າຍ ສພບ ທີ່ຕ້ອນຮັບ ແລະ ຮ່ວມປຶກສາຫາລືນໍາຝ່າຍ ສສ ຫວຽດນາມ ມີ ທ່ານ ປອ ລໍາ
ພູນ ຫຼວງໄຊ ຜູ້ອຳນວຍການສະຖາບັນ, ທ່ານ ປອ ພອນສະຫວັນ ວົງສາຄຳຜຸຍ ຮອງຜູ້ອຳນວຍການສະຖາບັນ
ພ້ອມດ້ວຍຕາງໜ້າໃຫ້ແກ່ແຕ່ລະພະແນກພາຍໃນ ສພບ ລວມທັງໝົດ 7 ທ່ານ.
ຜ່ານການສົນທະນາປຶກສາຫາລືຮ່ວມກັນ ທັງສອງຝ່າຍເຫັນດີເປັນເອກະພາບການເບື້ອງຕົ້ນຄື: ເຫັນດີ
ຮ່ວມມືກັນທາງດ້ານວິຊາການ ໂດຍສະເພາະ ແມ່ນ ການພັດທະນາຂີດຄວາມສາມາດໃຫ້ແກ່ພະນັກງານຂອງ ສພບ
ໃນຂົງເຂດວຽກງານການບໍລິຫານການສຶກສາ ແລະ ການຄົ້ນຄວ້າວິໄຈໃນຂົງເຂດວຽກງານທີ່ ສພບ ຮັບຜິດຊອບ
ເຊິ່ງທັງສອງຝ່າຍເຫັນດີດຳເນີນການຮ່ວມມືໃນປີ 2026 ນີ້ເປັນຕົ້ນໄປ ໂດຍແຕ່ລະຝ່າຍຈະໄດ້ກະກຽມປະຕິບັດ
ຕາມຂັ້ນຕອນລະບຽບການຂອງໃຜລາວ; ແລະ ເພື່ອສືບຕໍ່ການປະສານພົວພັນຮ່ວມມື ທັງສອງຝ່າຍໄດ້ຕົກລົງແຕ່ງ
ຕັ້ງຜູ້ປະສານງານສານ ເພື່ອເຮັດໜ້າທີ່ປະສານພົວພັນລົງເລິກການຮ່ວມມືຕື່ມ.
ເພື່ອໃຫ້ການຮ່ວມມືຖືກຕ້ອງສອດຄ່ອງກັບການຮ່ວມມືຂອງສອງປະເທດ ລາວ-ຫວຽດນາມ-ລາວ ທັງ
ສອງຝ່າຍເຫັນດີໃຫ້ລາຍງານຜົນຂອງການພົບປະ ແລະ ປຶກສາຫາລືຄັ້ງນີ້ໃຫ້ຄະນະນຳຂອງຕົນຊາບ ແລະ ຂໍທິດຊີ້
ນຳຕື່ມ ເພື່ອເຮັດໃຫ້ການຮ່ວມມືກ້າວໄປສູ່ລວງເລິກ ແລະ ໄດ້ຮັບການຊ່ວຍເຫຼືອໃນການປະຕິບັດໂຄງການຮ່ວມມື
ກັນໃນອະນາຄົດ.



